ປະຫວັດຫຍໍ້

  • ວັນທີ 01 ມິຖຸນາ 1955: ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຈົດທະບຽນ ເຂົ້າເປັນສະມາຊິກຂອງອົງການອຸຕຸນິຍົມໂລກ.
  • ຕັ້ງແຕ່ເລີ່ມຕົ້ນ ສ້າງຕັ້ງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຂຶ້ນກັບກະຊວງ ໂຍທາທິການ ແລະ ຂົນສົ່ງ ຈົນມາຮອດປີ 1975 ທີ່ມີຊຶ່ “ອຸຕຸນິຍົມ ແຫ່ງຊາດ”.
  • ໃນປີ 1976 ອຸຕຸນິຍົມແຫ່ງຊາດ ໄດ້ຍ້າຍມາຂຶ້ນກັບ ກະຊວງກະສິກຳ ແລະ ປ່າໄມ້ ຊຶ່ງໄດ້ເພີ່ມພາບົດບາດ ດ້ານອຸທົກກະສາດເຂົ້າຕື່ມອີກ ແລະ ໄດ້ປ່ຽນຊື່ໃໝ່ເປັນ “ກົມອຸຕຸນິຍົມ ແລະ ອຸທົກກະສາດ”.
  • ໃນທ້າຍປີ 1997 ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ເພີ່ມພາລະບົດບາດຮັບຜິດຊອບວຽກງານແຜ່ນດິນໄຫວ.
  • ເດືອນ ກໍລະກົດ 2007 ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຍ້າຍມາຂຶ້ນກັບອົງການຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ.
  • ແຕ່ປີ 2012 ເຖິງປະຈຸບັນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ ຂຶ້ນກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.