ຄຳທັກທາຍ

ທ່ານ ນາງ ອຸທອນ ເພັດຫຼວງສີ
ຫົວໜ້າກົມອຸຕຸນິຍົມ ແລະ ອຸທົກກະສາດ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ສະບາຍດີ ທ່ານ ຍິງ ແລະ ທ່ານ ຊາຍ ທີ່ເຄົາລົບ, ຍິນດີຕ້ອນຮັບເຂົ້າສູ້ເວບໄຊທ໌ ກົມອຸຕຸນິຍົມ ແລະ ອຸທົກກະສາດ.

  ດັ່ງທີ່ຮູ້ກັນແລ້ວວ່າ, ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບອິດທິພົນຈາກພູມອາກາດເຂດຮ້ອນ ແລະ ມີຄວາມສ່ຽງຕໍ່ໄພພິບັດທາງທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດເຊັ່ນ ຄື້ນຄວາມຮ້ອນ,
ໄພແຫ້ງແລ້ງ, ໄພໜາວ, ຝົນຕົກໜັກ, ໄພນໍ້າຖ້ວມ, ດິນເຈື່ອນ, ພາຍຸພັດຜ່ານ, ພ້ອມນີ້ຍັງມີແຜ່ນດິນໄຫວເກີດຂຶ້ນນໍາອີກ.
ບັນດາໄພພິບັດທາງທໍາມະຊາດເລົ່ານີ້ ໄດ້ເກີດຂຶ້ນທຸກໆປີ ແລະ ນັບມື້ນັບຮຸນແຮງຂຶ້ນເລື້ອຍໆ ຊຶ່ງໄດ້ສ້າງຜົນເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ ແລະ ຂອງຊາດ ເປັນຈຳນວນຫຼວງຫຼາຍ ພ້ອມທັງເປັນອຸປະສັກກີດຂວາງໃນການພັດທະນາເສດຖະກິດ ສັງຄົມ ຢູ່ໃນ ສປປ ລາວ.
  ພົນລະເມືອງລາວ ທີ່ອາໃສຢູ່ຊົນນະບົດ ສ່ວນໃຫຍ່ມີອາຊີບເປັນຊາວໄຮ່ຊາວນາ ຫຼື ມີອາຊີບຫາປາ, ດັ່ງນັ້ນ ໄພພິບັດທາງທຳມະຊາດ ຈຶ່ງສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຜູ້ທຸກຍາກ ແລະ ປະຊາຊົນທີ່ອາໃສໃນເຂດທີ່ມີຄວາມສ່ຽງ ພ້ອມດຽວກັນນີ້ ມັນໄດ້ສ້າງສິ່ງທ້າທາຍອັນໜັກໜ່ວງແກ່ວຽກງານຄຸ້ມຄອງຊັບພະຍາກອນນໍ້າ ແລະ ແກ້ໄຂຄວາມທຸກຍາກໃນ ສປປ ລາວ. ດັ່ງນັ້ນ, ການປ້ອງກັນໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດທາງມະຊາດຕ່າງໆ ແລະ ຫຼຸດຜ່ອນຜົນເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ ແລະ ສ່ວນລວມ ແມ່ນບູລິມະສິດການພັດທະນາແບບຍືນຍົງ.
  ໃນປີ 2008 ໄດ້ເກີດໄພນໍ້າຖ້ວມທີ່ຮ້າຍແຮງ, ໜຶ່ງປີຕໍ່ມາ ຄືປີ 2009 ພາຍຸເກດສະໜາ ໄດ້ພັດຜ່ານເຂດພາກໃຕ້ ເຮັດຫຼາຍແຂວງພາກກາງ ແລະ ພາກໃຕ້ເກີດມີນໍ້າຖ້ວມໃຫຍ່, ປີ 2011 ໄດ້ມີພາຍຸຈຳນວນຫຼາຍຫົວພັດຜ່ານພາກກາງ ຫາ ພາກເໜືອເຊັ່ນ ພາຍຸຮາຍມາ ແລະ ພາຍຸນົກເຕັນ.
  ຕະຫຼອດໄລຍະຜ່ານມາຈົນເຖິງປັດຈຸບັນ, ລັດຖະບານ ສປປ ລາວ ໄດ້ເພີ່ມທະວີຄວາມພະຍາຍາມປັບປຸງການກຽມພ້ອມຮັບມືກັບໄພທຳມະຊາດ ຊຶ່ງກົມອຸຕຸນິຍົມ ແລະ ອຸທົກກະສາດ
ໄດ້ເຮັດໜ້າທີ່ພາລະບົດບາດໃນການເຝົ້າຕິດຕາມສະພາບດິນຟ້າອາກາດທີ່ມີການປ່ຽນແປງ, ໄດ້ວິເຄາະ-ວິໄຈ, ພະຍາກອນສະພາບອາກາດຕາມແຕ່ລະໄລຍະ, ຄາດຄະເນສະພາບນໍ້າຖ້ວມ ແລະ ອອກແຈ້ງເຕືອນໄພລ່ວງໜ້າກ່ຽວກັບສະພາບອາກາດຮ້າຍແຮງທີ່ຈະເກີດຂຶ້ນ ໃຫ້ແກ່ລັດຖະບານ, ອົງການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນທີ່ອາໃສຢູ່ບັນດາເຂດທີ່ມີຄວາມສ່ຽງທີ່ຈະມີໄພພິບັດທາງທຳມະຊາດເກີດຂຶ້ນ
ໃຫ້ສາມາດຮັບຂໍ້ມູນຂ່າວສານແຈ້ງເຕືອນໄພທັນເວລາ ໂດຍນຳໃຊ້ລະບົບການເຜີຍແຜ່ຂໍ້ມູນຂ່າວແຈ້ງເຕືອນໄພຫຼາຍຊ່ອງທາງເຊັ່ນ: ຜ່ານທາງວິທະຍຸ, ໜັງສືພີມ, ໂທລະພາບ ແລະ ສື່ສັງຄົມຕ່າງໆ.
  ສະນັ້ນ, ເວບໄຊທ໌ ແມ່ນໜຶ່ງໃນຊ່ອງທາງເພື່ອໃຫ້ທ່ານສາມາດເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານດ້ານອຸຕຸນິຍົມ ແລະ ອຸທົກກະສາດໃນ ສປປ ລາວ ເວົ້າລວມ, ເວົ້າສະເພາະທ່ານສາມາດເຫັນພາບລວມ ນະໂຍບາຍຕົ້ນຕໍ
ແລະ ບັນດາກິດຈະກຳຕ່າງໆ ທີ່ຈັດປະຕິບັດໂດຍ ກົມອຸຕຸນິຍົມ ແລະ ອຸທົກກະສາດ ເຊັ່ນ: ຂໍ້ມູນພູມອາກາດ, ຂໍ້ມູນອາກາດ ແລະ ລະດັບນໍ້າ ໃນປັດຈຸບັນ, ຂໍ້ມູນພະຍາກອນອາກາດ
ພະຍາກອນລະດັບນໍ້າຕາມລຳນໍ້າຂອງ ແລະ ສາຂາ ໃນອະນາຄົດ, ຂໍ້ມູນແຜ່ນດິນໄຫວ, ຂໍ້ມູນດາວທຽມອຸຕຸນິຍົມ, ຂໍ້ມູນແຈ້ງເຕືອນໄພລ່ວງໜ້າ ແລະ ອື່ນໆ.
  ຂ້າພະເຈົ້າຫວັງວ່າ ທ່ານຈະໄດ້ຮັບຂໍ້ມູນຂ່າວສານທີ່ມີຢູ່ໃນເວບໄຊທ໌ນີ້ ທີ່ເປັນປະໂຫຍດ ແລະ ນຳໃຊ້ເຂົ້າໃນຊີວິດປະຈຳວັນ ແລະ ນໍາໃຊ້ເຂົ້າໃນວຽກງານຂອງທ່ານ ເພື່ອການພັດທະນາເສດຖະກິດຂອງຊາດ.

ຂໍຂອບໃຈ!